ທັງໝົດ

4,000,000 - 10,000,000

ນະໂຍບາຍສ່ວນຕົວ

ຂໍ້ກໍານົດ ແລະ ເງື່ອນໄຂການນໍາໃຊ້ບໍລິການຂອງບໍລິສັດ ສະຕາ ໂທລະຄົມ (ຢູນີເທວ).

ຂໍຕ້ອນຮັບລູກຄ້າ ແລະ ຂໍຂອບໃຈທ່ານໃນການໃຊ້ບໍລິການຂອງຢູນີເທວ ເພຶ່ອຊ່ວຍອໍານວຍຄວາມສະດວກໃນການເຮັດທຸລະກໍາ-ການບໍລິການຕ່າງໆທາງເອເລັກໂຕຣນິກກ່ຽວກັບການໃຊ້ບໍລິການໂທລະສັບມືຖື, ບໍລິການ ທາງອິນເຕີເນັດ ເຊັ່ນ: ບໍລິການ ໂອນເງິນຜ່ານແອັບ (u-money), ໃຊ້ລົງທະບຽນບໍລິການ, ຊື້ດາຕ້າ, ເຕີມເງິນ ແລະ ອື່ນໆ. ນອກຈາກນີ້ຍັງ ສາມາດນໍາໃຊ້ເຂົ້າໃນການເລືອກເບິ່ງຂໍ້ມູນສົ່ງເສີມການຂາຍ (Promotion Package), ລົງທະບຽນບໍລິການ, ຍົກເລີກ ຫຼື ປ່ຽນແປງຂໍ້ມູນ, ກວດເບິ່ງ ຂໍ້ມູນຕ່າງໆ ແລະ ນໍາໃຊ້ບັນດາສິດທິປະໂຫຍດຕ່າງໆ (Privilege) ໂດຍຖືກຕ້ອງ. ລູກຄ້າທີ່ຕ້ອງການໃຊ້ບໍລິການຂອງຢູນີເທວ ຕ້ອງປະຕິບັດ ຕາມຂໍ້ກໍານົດ ແລະ ເງື່ອນໄຂດັ່ງນີ້:

  1. ນິຍາມຄໍາສັບ ໃນຂໍ້ກໍານົດ ແລະ ເງື່ອນໄຂນີ້:

ກ. ລະບົບຄອມພິວເຕີ:

          ແມ່ນອຸປະກອນ ຫຼື ຊຸດອຸປະກອນທີ່ເຊື່ອມຕໍ່ການເຮັດວຽກເຂົ້ານໍາກັນ ໂດຍມີການກໍານົດຄໍາສັ່ງ, ຊຸດຄໍາສັ່ງ ຫຼື ສິ່ງອື່ນໆ ແລະ ແນວທາງປະຕິບັດງານ ໃຫ້ອຸປະກອນ ຫຼື ຊຸດອຸປະກອນເຫຼົ່ານັ້ນ ເຮັດໜ້າທີ່ປະມວນຂໍ້ມູນ ອັດຕະໂນມັດ ທີ່ໃຊ້ປະກອບການຈັດການລະບົບ MyUnitel.

ຂ. ຜູ້ໃຊ້ບໍລິການ:

          ແມ່ນຜູ້ໃຊ້ບໍລິການເລກໝາຍໂທລະສັບມືຖື ແລະ ບໍລິການຕ່າງໆ ໃນລະບົບ MyUnitel ທີ່ກ່ຽວຂ້ອງຂອງຜູ້ໃຫ້ບໍລິການ ແລະ ບໍລິສັດລູກ ຂອງຜູ້ໃຫ້ບໍລິການ.

ຄ. ຜູ້ໃຫ້ບໍລິການ:

          ແມ່ນຜູ້ສະໜອງບໍລິການທາງດ້ານໂທລະສັບມືືຖື ແລະ ບໍລິການຕ່າງໆ ທີ່ກ່ຽວຂ້ອງທີ່ໄດ້ເຊື່ອມຕໍ່ລະບົບບໍລິການເຂົ້າໃນລະບົບບໍລິການຂອງ MyUnitel ນີ້.

ງ. ບໍລິການໂທລະສັບເຄື່ອນທີ່:

          ແມ່ນບໍລິການຕິດຕໍ່ສື່ສານລະຫວ່າງກັນ ໂດຍໃຊ້ເຄືອຂ່າຍລະບົບ ໂທລະສັບເຄື່ອນທີ່ ອັນໄດ້ແກ່: ການບໍລິການໂທ (Airtime-Voice), ບໍລິການສົ່ງຂໍ້ຄວາມ (SMS:Short Message Service) ຫຼື ບໍລິການ ສົ່ງຂໍ້ຄວາມເພື່ອການບັນເທິງຜ່ານຊ່ອງທາງ 3G (Third-Generation) ຫຼື  Wi-Fi(Wireless Fidelity) ທີ່ເປັນບໍລິການເສີມຮູບແບບພິເສດ ຂອງຕ່າງປະເທດ  IR ຕະຫຼອດຮອດບໍລິການທີ່ມີລັກສະນະປະເພດອື່ນ ຂອງຜູ້ໃຫ້ບໍລິການ ທີ່ຈະມີຂຶ້ນໃນອະນາຄົດ.

ຈ. ສິນຄ້າ-ບໍລິການໝາຍເຖິງ:                   ສິນຄ້າບໍລິການຕ່າງໆຂອງຜູ້ຈໍາໜ່າຍສິນຄ້າ/ບໍລິການ ທີ່ຜູ້ໃຊ້ບໍລິການໄດ້ຊື້ ຫຼື ສະໝັກໃຊ້ບໍລິການຜ່ານລະບົບ MyUnitel ນີ້.

ສ. OTP (One Time Password):

 ແມ່ນລະຫັດຜ່ານແບບໃຊ້ໄດ້ພຽງຄັ້ງດຽວປະກົດໃນຮູບແບບຕົວອັກສອນ, ຕົວເລກ ຫຼື ສັນຍາລັກອື່ນໆ ທີ່ລະບົບ MyUnitel ສ້າງຂຶ້ນ ແລະ ສົ່ງຜ່ານ ລະບົບສົ່ງຂໍ້ຄວາມ SMS ໄປຍັງເລກໝາຍໂທລະສັບຂອງຜູ້ໃຊ້ບໍລິການ ໂດຍອັດຕະໂນມັດ ສໍາລັບນໍາມາໃຊ້ສະແດງຄວາມສໍາພັນກັບເລກໝາຍ ໂທລະສັບ ເພື່ອຢືນຢັນວ່າ ການເຮັດທຸລະກໍາທາງເອເລັກໂທນິກລາຍການ ຕ່າງໆຂອງລະບົບ MyUnitel ນັ້ນຜູ້ໃຊ້ບໍລິການເປັນຜູ້ລົງລາຍລະອຽດ ຂໍ້ມູນທຸກຢ່າງ ແລະ  ກໍາກັບການເຮັດທຸລະກໍານັ້ນເອງ ເຊັ່ນ:

  1. ທຸລະກໍາ ເບິ່ງລາຍລະອຽດການຊໍາລະ, ການໂອນເງິນຕ່າງໆ...
  2. ເມື່ອຜູ້ໃຊ້ບໍລິການໄດ້ປະກອບຂໍ້ມູນການໃຊ້ບໍລິການຜ່ານMyUnitel ລວມທັງປະຕິບັດ ຕາມຂັ້ນຕອນ ທີ່ກໍານົດໄວ້ໃນລະບົບ MyUnitel, ຖືວ່າຜູ້ໃຊ້ບໍລິການ ຕົກລົງຍອມຮັບ ແລະ ປະຕິບັດຕາມຂໍ້ກໍານົດນີ້ແລ້ວ.
  3. ເມື່ອຜູ້ໃຊ້ບໍລິການຕ້ອງການຈະໃຊ້ບໍລິການໂທລະສັບມືຖື ຕະຫຼອດຮອດ ບໍລິການອື່ນໆ ທີ່ກໍານົດໄວ້ໃນລະບົບunitel, ຜູ້ໃຊ້ບໍລິການຕ້ອງໄດ້ ລົງທະບຽນກັບຢູນີເທວໂດຍປະກອບຂໍ້ມູນທີ່ຖືກຕ້ອງຕາມຄວາມຈິງ ເພື່ອແຈ້ງລາຍລະອຽດຂໍໃຊ້ບໍລິການນັ້ນ ຕາມຂັ້ນຕອນຂໍໃຊ້ບໍລິການ ທີ່ກໍານົດໄວ້ໃນ MyUnitel, ອາດຈະຕ້ອງມີການລົງລາຍເຊັນໃນຄໍາຮ້ອງ ຂໍໃຊ້ບໍລິການ ແລະ ເອກະສານອື່ນໆ ຕາມທີ່ຢູນີເທວກໍານົດໄວ້.

 ລະບົບ MyUnitel ມີສິດພິຈາລະນາອະນຸຍາດ ແລະ ຍົກເລີກການ ໃຊ້ບໍລິການ MyUnitel ຂອງຜູ້ໃຊ້ບໍລິການ ລວມເຖິງການແກ້ໄຂເພີ່ມເຕີມ ຂໍ້ກໍານົດນີ້ເມື່ອມີຄວາມຈໍາເປັນ ໂດຍບໍ່ຈໍາເປັນຕ້ອງແຈ້ງຜູ້ໃຊ້ບໍລິການ ລ່ວງໜ້າ ແຕ່ຜູ້ໃຊ້ບໍລິການ ຈະໄດ້ຮັບແຈ້ງເປັນໜັງສື ເອກະສານ ຫຼື ຂໍ້ມູນທາງອິນເຕີເນັດໂດຍອັດຕະໂນມັດ ທາງຂໍ້ຄວາມ (SMS) ຫຼື ທາງ ລະບົບຄອມພິວເຕີ, ອີເມວ ແລະ ໃຫ້ຖືວ່າບັນດາຂໍ້ມູນແຈ້ງເຫຼົ່ານັ້ນ ເປັນສ່ວນໜຶ່ງຂອງຂໍ້ກໍານົດນີ້ທີ່ຜູ້ໃຊ້ບໍລິການໄດ້ຕົກລົງຍອມຮັບເງື່ອນໄຂດັ່ງກ່າວທຸກປະການ.

  1. ເນື່ອງຈາກລະບົບMyUnitel ຖືກສ້າງຂຶ້ນ ແລະ ຄຸ້ມຄອງ ຢູ່ສປປ ລາວ ສະນັ້ນ, ຜູ້ໃຊ້ບໍລິການ ເຂົ້າສູ່ລະບົບ ຫຼື ຕ້ອງການໃຊ້ລະບົບ MyUnitel ຕ້ອງປະຕິບັດຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆທີ່ວາງອອກ ພາຍໃຕ້ຂໍ້ກໍານົດ ກົດໝາຍຂອງ ສປປ ລາວຢ່າງເຂັ້ມງວດ ເຖິງຕົນຈະຢູ່ນອກຂອບເຂດຂອງ ສປປລາວ ກໍ່ຕາມ. 
  2. ຂໍ້ມູນທີ່ປາກົດຢູ່MyUnitel ລວມເຖິງເຄື່ອງໝາຍການຄ້າ, ເຄື່ອງໝາຍ ບໍລິການ ແມ່ນເປັນຊັບສິນທາງປັນຍາ ຂອງຜູ້ໃຫ້ບໍລິການ ແລະ ໄດ້ຮັບອະນຸຍາດ ນໍາໃຊ້ຢ່າງຖືກຕ້ອງຕາມກົດໝາຍ.
  3. ຜູ້ໃຊ້ບໍລິການຕ້ອງຮັບປະກັນວ່າ ຂໍ້ມູນຕ່າງໆທີ່ໄດ້ປະກອບເຂົ້າຕາມແບບ ຟອມຂອງMyUnitel ລວມເຖິງການເຮັດທຸລະກໍາທາງເອເລັກໂທນິກຕ່າງໆ ໃນລະບົບຂອງ MyUnitel ເປັນຂໍ້ມູນທີ່ຖືກຕ້ອງຕາມຄວາມເປັນຈິງທຸກປະການ ແລະ ສາມາດໃຊ້ເປັນຫຼັກຖານໄດ້, ຫາກມີການກວດສອບ ແລະ ພົບເຫັນວ່າ ຂໍ້ມູນດັ່ງກ່າວ ວ່າເປັນຂໍ້ມູນທີ່ບໍ່ມີມູນຄວາມຈິງ, ບໍ່ຖືກຕ້ອງກົງກັບຂໍ້ມູນ ໃນປະຈຸບັນ ຫຼື ບໍ່ແມ່ນຂໍ້ມູນຂອງຜູ້ໃຊ້ບໍລິການ; ລະບົບ MyUnitel ມີສິດຢຸດ, ຍົກເລີກ ການໃຫ້ບໍລິການຕ່າງໆແກ່ຜູ້ໃຊ້ບໍລິການ ຫຼື ປະຕິເສດ ການໃຊ້ບໍລິການຂອງຜູ້ໃຊ້ບໍລິການນັ້ນໄດ້ທັນທີ. 
  4. ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ໃຊ້ບໍລິການMyUnitel ຜ່ານ ລະບົບໂທລະສັບມືຖື ຫຼື ຄອມພິວເຕີ

7.1.1 ຮຽນຮູ້ວິທີການ ແລະ ຂັ້ນຕອນເຂົ້າເຖິງການເຮັດທຸລະກໍາຕ່າງໆ ໃນລະບົບຄອມພິວເຕີ ເພື່ອໃຫ້ເກີດຄວາມເຂົ້າໃຈຢ່າງຖືກຕ້ອງ, ຊັດເຈນ ລວມທັງປະຕິບັດຕາມຂໍ້ກໍານົດ-ເງື່ອນໄຂຕ່າງໆທີ່ຈະມີການແກ້ໄຂ ແລະ ເພີ່ມເຕີມໃນອະນາຄົດຢ່າງເຄັ່ງຄັດ.

7.1.2 ໃຫ້ຄວາມຮ່ວມມືກັບຜູ້ໃຫ້ບໍລິການ ຫຼື ຜູ້ທີ່ໄດ້ຮັບມອບໝາຍ ຈາກຜູ້ໃຫ້ບໍລິການຢ່າງເຕັມທີ່ ໃນການປ້ອງກັນລະບົບຄອມພິວເຕີເພື່ອ ຮັບປະກັນບໍ່ກໍ່ໃຫ້ເກີດຜົນເສຍຫາຍ.

7.1.3 ແຈ້ງໃຫ້ຜູ້ໃຫ້ບໍລິການຮັບຊາບທັນທີ ກໍລະນີພົບເຫັນການເຂົ້າເຖິງ ລະບົບຄອມພິວເຕີ ລວມທັງຂໍ້ມູນຄອມພິວເຕີທີ່ເຫັນວ່າບໍ່ຖືກຕ້ອງ, ເໝາະສົມ ຫຼື ລົບກວນລະບົບຄອມພິວເຕີ.

7.2 ການຮັກສາຂໍ້ມູນຄວາມປອດໄພໃນການເຂົ້າໃຊ້ລະບົບບໍລິການຂອງMyUnitel

ກ. ຕ້ອງກໍານົດລະຫັດຜ່ານ (Password) ເພື່ອລັອກໜ້າຈໍ (Lock screen) ເພື່ອຮັບປະກັນຄວາມປອດໄພໃນການລັອກເຂົ້ານໍາໃຊ້ ໃນແຕ່ລະຄັ້ງ ເພື່ອປ້ອງກັນຄວາມປອດໄພ ພ້ອມທັງອອກຈາກໂປຣແກຣມ ເຂົ້າໃຊ້ງານ ຫຼື log out ຈາກລະບົບທຸກຄັ້ງ ເມື່ອບໍ່ໃຊ້ງານ ຫຼື ສໍາເລັດ ພາລະກິດຂອງຕົນ.

ຂ. ຕ້ອງຮັກສາລະຫັດ OTP/Password ໄວ້ເປັນຄວາມລັບ ເພື່ອບໍ່ໃຫ້ ຄົນອື່ນຮູ້, ຫ້າມໃຊ້ລະຫັດຮ່ວມກັບຄົນອື່ນ ຕ້ອງຕັ້ງລະຫັດຜ່ານ (Password) ດ້ວຍຄວາມຮອບຄອບ, ຍາກຕໍ່ການຄາດເດົາຂອງບຸກຄົນອື່ນ, ຫ້າມຕັ້ງລະຫັດ ຊໍ້າລະຫັດເກົ່າ ຫຼື ຊໍ້າຊ້ອນກັນ ແລະ ຕ້ອງປ່ຽນ ລະຫັດຜ່ານ ຕາມໄລຍະ ເວລາເໝາະສົມ ຫຼື ມີເຫດການທີ່ສົມຄວນປ່ຽນ.

  1. ຢູນີເທວ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍໃດໆທີ່ເກີດຂຶ້ນກັບຜູ້ໃຊ້ບໍລິການອັນ ເນື່ອງມາຈາກຄວາມບໍ່ເອົາໃຈໃສ່ ຫຼື ເປັນຄວາມຜິດຂອງຜູ້ໃຊ້ບໍລິການເອງ ເຊັ່ນ: ບໍ່ຮັກສາລະຫັດຜ່ານ, ຊໍາລະຄ່າບໍລິການຊື້ດາຕາ, ເຕີມເງິນ ຫຼື ໂອນເງິນຜິດ ແລະ ພຶດຕິກໍາອື່ນໆທີ່ເປັນຄວາມບົກຜ່ອງຂອງຜູ້ໃຊ້ບໍລິການ.
  2. ກໍລະນີ ຜູ້ໃຊ້ບໍລິການ ຫຼື ບຸກຄົນອື່ນ ຫາກໄດ້ກະທໍາການໃດໜຶ່ງ ອັນໄດ້ກໍ່ຄວາມເສຍຫາຍໃຫ້ແກ່ລະບົບMyUnitel ຂອງຜູ້ໃຫ້ບໍລິການ, ບຸກຄົນທີ່ໄດ້ກະທໍາການດັ່ງກ່າວ ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍ ທີ່ເກີດຂຶ້ນ ລວມທັງທາງແພ່ງ ແລະ ທາງອາຍາ ແລ້ວແຕ່ກໍລະນີ.

 ໝາຍເຫດ: ກະລຸນາອ່ານ ແລະ ເຂົ້າໃຈ ຂໍ້ກໍານົດ ແລະ ເງື່ອນໄຂ ໃນການນໍາໃຊ້ MyUnitel ນີ້ຢ່າງລະອຽດກ່ອນທີ່ຈະລົງທະບຽນນໍາໃຊ້ ບໍລິການຂອງ MyUnitel ຕາມຂັ້ນຕອນທີ່ຜູ້ໃຫ້ບໍລິການກໍາໜົດໄວ້. ຖືວ່າທ່ານຕົກລົງຍອມຮັບຕາມທີ່ໄດ້ລະບຸໄວ້ໃນເບື້ອງຕົ້ນ ຖ້າຫາກທ່ານ ບໍ່ເຫັນດີ ແມ່ນໃຫ້ປະຕິເສດການລົງທະບຽນໃຊ້ MyUnitel ນີ້.